Wihian

From WiHian

Wihian ໄດ້ຖືກສ້າງແລ້ວໃນວັນທີ 30 ເດືອນ 3 ປີ 2008 ໃນຕອນເວລາ 14:55 ເຊິ່ງເຈົ້າຂອງມັນ ຊິເວົ້າວ່າສ້າງວັນທີ 1 ເດືອນ 4 ປີ 2008 ເອົາ ເພາະວ່າເລກມັນຊິງາມແນ່ ແລະ ກະຈື່ງ່າຍແນ່

[ດັດແກ້] ຈຸດຢືນຂອງເວບນີ້

ຈຸດຢືນຂອງເວບນີ້ຄືສົ້ນຕີນ ເອີ ບໍ່ແມ່ນ ຈຸດຢືນຂອງເວບນີ້ ກະບໍ່ໄດ້ຢືນຢູ່ໃສດອກ ເພາະກູຄຶດບໍ່ອອກວ່າຊິຢືນຢູ່ໃສ ແຕ່ໃນເວບນີ້ ຢາກໃຫ້ມີແຕ່ຄົນຫ້ຽນໆ ເອົາເລື້ອງມົ້ວໆມາຂຽນໃສ່ແນ່ຄືຊິດີ ເພາະກູສ້າງມາກະຢາກໃຫ້ສູຂຽນ ສູກະຂຽນໃຫ້ກູແນ່

[ດັດແກ້] ມືງສ້າງເວບນີ້ມາເພື່ອຫຍັງວະ

ກູ KiKu, ເຈົ້າຂອງເວບວິຫ້ຽນ ນີ້ໄດ້ເລັງເຫັນວ່າໃນເວບ http://uncyclopedia.org ຊຶ່ງເປັນເວບທີ່ "ໄຮ້ສາລະນຸກົມ" ເວບນີ້ມັນຈະເວົ້າແຕ່ເລື້ອງ ໄຮ້ສາລະ ຕະຫຼົກ ແຕ່ ອານິດຈາ ບໍ່ມີພາສາລາວ. ກູ, ເຈົ້າຂອງເວບ ວິຫ້ຽນ ກະເລີຍ ສ້າງບ່ອນນີ້ຂຶ້ນມາເພື່ອເປັນບ່ອນ ຜ່ອນຄາຍອາລົມຈາກໂລກ ອັນບູດບ້ຽວແຫ່ງນີ້ໃຫ້ຄົນລາວເຮົາໄດ້ແຕ່ງຫຍັງກະໄດ້ ຊຶ່ງຖືວ່າ ອ່ານແລ້ວໄຮ້ສາລະສຸດໆ ຫຼື ຈະມີສາລະໜ້ອຍໜຶ່ງກະຍ່ອມໄດ້ ຂໍແຕ່ອ່ານແລ້ວຕະຫຼົກ

[ດັດແກ້] ກະຕິກາ

ກະຕິກາກະຊິບໍ່ມີຫຍັງເພາະເວບນີ້ມັນລວມຄວາມຫ້ຽນ ສະນັ້ນເລື້ອງທີ່ຈະຂຽນເຊີນໄຮ້ສາລະສຸດຂີດໂລດ ອາດຈະແຝງຄວາມຮູ້ໜ້ອຍນຶ່ງກະບໍ່ຜິດ ເພາະຄົນອ່ານມັນກະຊິໄດ້ສາລະ ປົນກັບຄວາມຕະຫລົກຈັກໜ້ອຍ

ແຕ່ເຖິງຈະໄຮ້ສາລະແນວໃດກະຂໍໃຫ້ຢູ່ໃນ ຂອບເຂດ ແລະ ຖ້າບໍ່ຈຳເປັນອີ່ຫລີ ກະຢ່າຂຽນເຖິງ ຜູ້ນຳ ພັກລັດ ຂອງປະເທດລາວເຮົາເອງເດີ້ ດຽວ ກູ ກັບ ສູ ຊິຊວຍ (ຫຼືວ່າກູຄຶດຫຼາຍໄປບໍ່)

ຈົບພຽງເທົ່ານີ້ລະ

ດ້ວຍຮັກ ແລະ ເປັນຫ່ວງເປັນໃຍ ຈາກ ອ້າຍຫ້ຽນ Kiku